ເງື່ອນໄຂການໃຊ້ບໍລິການ
ເຮົາບໍ່ອະນຸຍາດໃຫ້ໃຫ້ເຮັດເວັບໄຊຕ໌ລັກສະນະລຸ່ມນີ້ໃນໂຮດຂອງເຮົາ
- ເວັບໄຊຕ໌ທີ່ກ່ຽວກັບສື່ລາມົກອານາຈານ, ເວັບໂປ້, ຫລຶ ຂາຍບໍລິການທາງເພດ ລວມທັງເວັບໄຊຕ໌ທີ່ເຊື່ອມຕໍ່ໄປຫາເວັບທີ່ກ່ຽວກັບສື່ລາມົກ. ຫລື ເວັບທີ່ຜິດຕໍ່ຮີດຄອງປະເພນີລາວ
- ເວັບໄຊຕ໌ທີ່ໃຫ້ການ Download ບໍ່ວ່າຈະເປັນ MP3, Software, Video ຫລື streaming ບໍ່ວ່າຖືກກົດໝາຍ ຫລື ຜິດກົດໝາຍກໍ່ຕາມ. (ຖ້າຕ້ອງການເຮັດດາວນ໌ໂຫລດກະລຸນາໃຊ້ບໍລິການ ໄຟລ໌ໂຮດຕິ້ງແລ້ວມາແປະລິ້ງໃສ່ເວັບເອົາ)
- ເວັບໄຊຕ໌ກ່ຽວກັບການ Hacker, Crack, Virus, Trojans, Worm, ແລະອື່ນໆທີ່ເປັນໂປຼແກຼມຜິດກົດໝາຍ ແລະກໍ່ກວນຄົນອື່ນ.
- ເວັບໄຊຕ໌ຝາກຮູບ, ຝາກໄຟລ໌, ແລະ ອື່ນໆທີ່ຈະເຮັດໃຫ້ຊັບພະຍາກອນເຄື່ອງຂອງເຮົາເປືອງເກີນໄປ.
- ເວັບໄຊຕ໌ລະເມີດລະເມີດລິຂະສິດ ຫຼື ຊັບສິນທາງປັນຍາຂອງຜູ້ອື່ນ ທັງໃນແລະຕ່າງປະເທດ.
- ເວັບໄຊຕ໌ທີ່ກໍ່ການສໍ້ໂກງ, ຫລອກລວງ, ສິ່ງເສບຕິດທີ່ຜິດກົດຫມາຍ.
- ເວັບໄຊຕ໌ທີ່ນຳຄວາມເສື່ອມເສຍໃຫ້ແກ່ຜູ້ອື່ນລວມທັງພວກເຮົາທີ່ເປັນຄົນໃຫ້ບໍລິການ
- ເວັບໄຊຕ໌ທີ່ນຳບໍລິການຂອງພວກເຮົາໄປເຮັດ Free Hosting, Free Web Space ຫຼື ການຄິດຄ່າບໍລິການກັບບຸກຄົນອື່ນ.
- ທຸກໄຟລ໌ຂອງເວັບໄຊຕ໌ທີ່ໃຊ້ບໍລິການ ຫາກເກິດມີການຕິດໄວຣັສ໌ ຈະຖືກລຶບຖິ້ມໂດຍອາດຈະບໍ່ໄດ້ແຈ້ງລ່ວງຫນ້າ
- ຫາກເກີດການໃຊ້ງານ ຫລື ເນື້ອທີ່ເກີນໂຄຕ້າທີ່ກຳນົດໄວ້ໃນແຕ່ລະເດຶອນ ພວກເຮົາຈະຖືສິດລະງັບຊົວຄາວຈົນກວ່າຈະຫມົດເດືອນແລ້ວເລິ່ມຕົ້ນນັບໃຫມ່
ຫາກມີການກະທຳຜິດກົດ ພວກເຮົາຈະຖືສິດລະງັບເວັບໄຊຕ໌ດັ່ງກ່າວຊົວຄາວ ຫລຶ ອາດຈະເປັນຖາວອນ. ທີ່ສຳຄັນໃຫ້ທຳການແບັກອັບຂໍ້ມູນຂອງທ່ານສະຫມຳສະເຫມີ ເພາະທາງເຮົາຈະບໍ່ມີບໍລິການຍ້າຍໂຮດ ແລະ ແບັກອັບຂໍ້ມູນຂອງທ່ານ. ຫາກກໍລະນີເວັບລົ່ມ ຫລື ເຊີເວີລົ່ມຫາກໄຟລ໌ຂໍ້ມູນຂອງທ່ານເສຍຫາຍ ເຮົາຈະບໍ່ຮັບຜິດຊອບໃດໆທັ້ງສິ້ນ. ຄິກເພຶ່ອສະຫມັກ>>


